Vientiane Plaza Hotel

Vientiane Plaza Hotel Vientiane Plaza Hotel

09/06/2026
08/06/2026

ໂຮງແຮມ ວຽງຈັນ ພລາຊາ ຮັບສະໝັກພະນັກງານຫຼາຍຕຳແໜ່ງ
ໂຮງແຮມ ວຽງຈັນ ພລາຊາ ເປັນໜຶ່ງໃນໂຮງແຮມ 4 ດາວ ມາດຕະຖານສາກົນ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ສປປ ລາວ. ດ້ວຍສະພາບແວດລ້ອມການເຮັດວຽກທີ່ເປັນມືອາຊີບ, ເປັນມິດ ແລະ ມີໂອກາດພັດທະນາສາຍອາຊີບ, ພວກເຮົາກຳລັງຂະຫຍາຍທີມງານ ແລະ ຍິນດີຕ້ອນຮັບຜູ້ສະໝັກທີ່ມີຄວາມກະຕືລືລົ້ນ ແລະ ມຸ່ງໝັ້ນ ເຂົ້າຮ່ວມງານກັບພວກເຮົາ.
📢 ຕຳແໜ່ງທີ່ກຳລັງຮັບສະໝັກ
👨🍳 1. ພໍ່ຄົວ
ຄຸນສົມບັດ:
• ມີປະສົບການປຸງແຕ່ງອາຫານອາຊີ - ເອີຣົບ ຫຼື ອາຫານພື້ນເມືອງ.
• ມີຄວາມຮັບຜິດຊອບ, ຮັກຄວາມສະອາດ ແລະ ປະຕິບັດຕາມລະບຽບຄວາມປອດໄພດ້ານອາຫານ.
• ສາມາດເຮັດວຽກຕາມເວລາທີ່ຍືດຫຍຸ່ນໄດ້.
ໜ້າທີ່:
• ກະກຽມ ແລະ ປຸງແຕ່ງອາຫານຕາມເມນູຂອງໂຮງແຮມ.
• ຮັບປະກັນຄຸນນະພາບອາຫານ ແລະ ຄວາມສະອາດຂອງພື້ນທີ່ຄົວ.
• ປະສານງານກັບພະແນກທີ່ກ່ຽວຂ້ອງເພື່ອໃຫ້ບໍລິການລູກຄ້າໄດ້ດີທີ່ສຸດ.
💻 2. ພະນັກງານຕ້ອນຮັບ ຮັບຜິດຊອບການຈອງຫ້ອງພັກອອນລາຍ
ຄຸນສົມບັດ:
• ສາມາດໃຊ້ຄອມພິວເຕີສຳນັກງານໄດ້ດີ.
• ສາມາດສື່ສານພາສາອັງກິດໄດ້ (ຖ້າຮູ້ພາສາຫວຽດນາມຈະພິຈາລະນາເປັນພິເສດ).
• ຄ່ອງແຄ້ວ, ລະອຽດຮອບຄອບ ແລະ ມີທັກສະດ້ານການບໍລິການລູກຄ້າ.
ໜ້າທີ່:
• ຄຸ້ມຄອງ ແລະ ອັບເດດຂໍ້ມູນການຈອງຫ້ອງໃນລະບົບອອນລາຍ.
• ຮັບ, ຢືນຢັນ ແລະ ດຳເນີນການຄຳຂໍຈອງຫ້ອງຂອງລູກຄ້າ.
• ໃຫ້ການຊ່ວຍເຫຼືອລູກຄ້າກ່ອນ, ໃນລະຫວ່າງ ແລະ ຫຼັງການເຂົ້າພັກ.
🍽️ 3. ຜູ້ຈັດການຮ້ານອາຫານ
ຄຸນສົມບັດ:
• ມີປະສົບການຄຸ້ມຄອງຮ້ານອາຫານ ຫຼື ຫ້ອງປະຊຸມ ແລະ ສຳມະນາ.
• ມີທັກສະການບໍລິຫານບຸກຄະລາກອນ ແລະ ຄວບຄຸມການດຳເນີນງານ.
• ສື່ສານໄດ້ດີ ແລະ ມີຄວາມສາມາດແກ້ໄຂສະຖານະການໄດ້ຢ່າງຍືດຫຍຸ່ນ.
ໜ້າທີ່:
• ຄຸ້ມຄອງ ແລະ ປະສານງານການດຳເນີນງານຂອງຮ້ານອາຫານ.
• ວາງແຜນ ແລະ ຍົກລະດັບຄຸນນະພາບການບໍລິການ.
• ຝຶກອົບຮົມ ແລະ ພັດທະນາທີມງານພະນັກງານ.
🔧 4. ພະນັກງານເຕັກນິກ
ຄຸນສົມບັດ:
• ມີທັກສະດ້ານຊ່າງໄມ້, ກໍ່ສ້າງ, ໄຟຟ້າ ແລະ ນ້ຳປະປາ.
• ມີປະສົບການບຳລຸງຮັກສາ ແລະ ສ້ອມແປງລະບົບເຕັກນິກໃນໂຮງແຮມຈະໄດ້ຮັບການພິຈາລະນາເປັນພິເສດ.
• ຂະຫຍັນ, ຊື່ສັດ ແລະ ມີຄວາມຮັບຜິດຊອບ.
ໜ້າທີ່:
• ກວດກາ, ບຳລຸງຮັກສາ ແລະ ຄວບຄຸມການເຮັດວຽກຂອງລະບົບເຕັກນິກຕ່າງໆ ຂອງໂຮງແຮມ.
• ແກ້ໄຂບັນຫາໄຟຟ້າ, ນ້ຳປະປາ, ເຄື່ອງປັບອາກາດ ແລະ ອຸປະກອນທີ່ກ່ຽວຂ້ອງ.
• ຮັບປະກັນໃຫ້ສິ່ງອຳນວຍຄວາມສະດວກ ແລະ ໂຄງສ້າງພື້ນຖານຂອງໂຮງແຮມດຳເນີນໄປຢ່າງປອດໄພ ແລະ ມີປະສິດທິພາບ.
🎯 ສິດປະໂຫຍດ
• ເງິນເດືອນສູງ, ຕົກລົງຕາມຄວາມສາມາດ.
• ມີໂອກາດໄດ້ຮັບໂບນັດເປັນເປີເຊັນຕາມລາຍຮັບສຳລັບບາງຕຳແໜ່ງ.
• ໂບນັດເດືອນທີ 13, ໂບນັດວັນພັກປະເພນີ ແລະ ສະຫວັດດີການທີ່ດຶງດູດ. ມີທີ່ພັກໃຫ້ພະນັກງານທີ່ຢູ່ໄກ, ຈັດຫາເຄື່ອງແບບ ແລະ ອາຫານຕາມກະເຮັດວຽກ.
• ສະພາບແວດລ້ອມການເຮັດວຽກທີ່ເປັນມືອາຊີບ ແລະ ໝັ້ນຄົງ.
• ມີໂອກາດຝຶກອົບຮົມ ແລະ ພັດທະນາສາຍອາຊີບໃນໄລຍະຍາວ.
• ໄດ້ຮັບສິດປະກັນສັງຄົມ, ສະຫວັດດີການ, ວັນພັກ ແລະ ວັນພັກປະເພນີ ຕາມກົດໝາຍແຮງງານ.
📩 ເອກະສານສະໝັກງານ
ຜູ້ສົນໃຈສາມາດສົ່ງ CV ມາທີ່:
Email: [email protected]
ໂທລະສັບ: 020 59658885 (ນາງ ແກ້ວ)
ຫຼື ສົ່ງເອກະສານໂດຍກົງທີ່ພະແນກຕ້ອນຮັບ ໂຮງແຮມ ວຽງຈັນ ພລາຊາ, ບ້ານຫາດຊາຍຟອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ.

📍 ດ່ວນ
18/08/2025

📍 ດ່ວນ

MEETING ROOM FOR RENTAL Contact us: 020 5965 8885Email: Hao@vientianeplazahotel.com ທ່ານກຳລັງ ຊອກຫາສະຖານທີ່່ ຈັດກອງປະຊຸມ...
10/05/2025

MEETING ROOM FOR RENTAL
Contact us: 020 5965 8885
Email: [email protected]
ທ່ານກຳລັງ ຊອກຫາສະຖານທີ່່ ຈັດກອງປະຊຸມ ຫຼື ກິດຈະກໍາຕ່າງໆຂອງບໍລິສັດທ່ານ ທີ່ສົມບູນແບບ ແລະ ລາຄາທີ່ເຫມາະສົມສໍາລັບການ ໃນຕໍ່ໜ້າບໍ?
ໂຮງແຮມວຽງຈັນພລາຊາພວກເຮົາຂໍນຳສະເໜີຫ້ອງປະຊຸມທີ່ທັນສະໄໝ ແລະ ອອກແບບມາເພື່ອສ້າງຄວາມປະທັບໃຈ ແລະ ສ້າງແຮງບັນດານໃຈ ໃຫ້ກັບທ່ານ.
ສະຖານທີ່ປະຊຸມຄົບຊຸດຂອງພວກເຮົາປະກອບມີ:
• ອຸປະກອນທີ່ທັນສະໄໝ ແລະ Wi-Fi ຄວາມໄວສູງ.
• ພວກເຮົາມີຫ້ອງປະຊຸມ 4 ປະເພດ. ສາມາດລະບຸບ່ອນນັ່ງໄດ້ຈາກ 10-150 ທ່ານ.
• ອາຫານທີ່ຫຼາກຫຼາຍແມນູໃຫ້ທ່ານເລືອກ.
• ມີທິນງານທີ່ເອົາໃຈໃສ່ - ຕິດຕາມ ແລະ ຫວ່າງແຜນງານຢ່າງສົມບູບແບບ.
• ສະຖານທີ່ສະດວກສະບາຍໃນໃຈກາງນະຄອນຫຼວງວຽງຈັນ ( 1km ຈາກປະຕູໂຊ. 1km ຈາກຕະຫຼາດເຊົ້າ).
ບໍ່ວ່າທ່ານຈະຈັດກອງປະຊຸມລະດັບນ້ອຍ, ງານສຳມະນາຂະໜາດໃຫຍ່, ຫຼືງານລ້ຽງຕ່າງໆ ການເຮັດວຽກທີ່ມີມືອາຊີບ ແລະ ການບໍລິການທີ່ເອົາໃຈໃສ່ຂອງພວກເຮົາຮັບປະກັນໃຫ້ງານການຂອງທ່ານດຳເນີນໄປຢ່າງຄ່ອງແຄ້ວຕັ້ງແຕ່ຕົ້ນຈົນຈົບ.
ຈອງຫ້ອງປະຊຸມຂອງທ່ານມື້ນີ້ ເພື່ອໄດ້ຮັບການບໍລິການອັນ ດີເລີດທີ່ໂຮງແຮມວຽງຈັນພລາຊາ

Triple Room.
07/05/2025

Triple Room.

MEETING ROOM FOR RENTAL - ຫ້ອງປະຊຸມໃຫ້ເຊົ່າ Looking for the perfect venue and reasonable price for your next business me...
07/05/2025

MEETING ROOM FOR RENTAL - ຫ້ອງປະຊຸມໃຫ້ເຊົ່າ
Looking for the perfect venue and reasonable price for your next business meeting or corporate event?
At Vientiane Plaza Hotel , we offer state-of-the-art meeting rooms designed to impress and inspire.
Our fully equipped conference facilities include:
• Modern AV equipment and high-speed Wi-Fi
• We have 4 types of meeting rooms. Flexible seating arrangements from 10- 150 guests
• On-site catering with customizable menus
• Dedicated event planning and support team
• Convenient location in the heart of Vientiane City ( Near the Prime Minister's office, 1km from Patuxay. 1km from the Morning Market)
Whether you’re hosting a small board meeting or a large seminar, our professional environment and attentive service ensure your event runs smoothly from start to finish.
Book your meeting room today and experience excellence at Vientiane Plaza Hotel
Contact us: 020 5965 8885
Email: [email protected]
ທ່ານກຳລັງ ຊອກຫາສະຖານທີ່່ ຈັດກອງປະຊຸມ ຫຼື ກິດຈະກໍາຕ່າງໆຂອງບໍລິສັດທ່ານ ທີ່ສົມບູນແບບ ແລະ ລາຄາທີ່ເຫມາະສົມສໍາລັບການ ໃນຕໍ່ໜ້າບໍ?
ໂຮງແຮມວຽງຈັນພລາຊາພວກເຮົາຂໍນຳສະເໜີຫ້ອງປະຊຸມທີ່ທັນສະໄໝ ແລະ ອອກແບບມາເພື່ອສ້າງຄວາມປະທັບໃຈ ແລະ ສ້າງແຮງບັນດານໃຈ ໃຫ້ກັບທ່ານ.
ສະຖານທີ່ປະຊຸມຄົບຊຸດຂອງພວກເຮົາປະກອບມີ:
• ອຸປະກອນທີ່ທັນສະໄໝ ແລະ Wi-Fi ຄວາມໄວສູງ.
• ພວກເຮົາມີຫ້ອງປະຊຸມ 4 ປະເພດ. ສາມາດລະບຸບ່ອນນັ່ງໄດ້ຈາກ 10-150 ທ່ານ.
• ອາຫານທີ່ຫຼາກຫຼາຍແມນູໃຫ້ທ່ານເລືອກ.
• ມີທິນງານທີ່ເອົາໃຈໃສ່ - ຕິດຕາມ ແລະ ຫວ່າງແຜນງານຢ່າງສົມບູບແບບ.
• ສະຖານທີ່ສະດວກສະບາຍໃນໃຈກາງນະຄອນຫຼວງວຽງຈັນ (ໃກ້ສຳນັກງານນາຍົກລັດຖະມົນຕີ, 1km ຈາກປະຕູໂຊ. 1km ຈາກຕະຫຼາດເຊົ້າ ແລະ ອົງການອື່ນໆ).
ບໍ່ວ່າທ່ານຈະຈັດກອງປະຊຸມລະດັບນ້ອຍ, ງານສຳມະນາຂະໜາດໃຫຍ່, ຫຼືງານລ້ຽງຕ່າງໆ ການເຮັດວຽກທີ່ມີມືອາຊີບ ແລະ ການບໍລິການທີ່ເອົາໃຈໃສ່ຂອງພວກເຮົາຮັບປະກັນໃຫ້ງານການຂອງທ່ານດຳເນີນໄປຢ່າງຄ່ອງແຄ້ວຕັ້ງແຕ່ຕົ້ນຈົນຈົບ.
ຈອງຫ້ອງປະຊຸມຂອງທ່ານມື້ນີ້ ເພື່ອໄດ້ຮັບການບໍລິການອັນ ດີເລີດທີ່ໂຮງແຮມວຽງຈັນພລາຊາ

Address

Sailom/Hatsady/Chanthabuly/Vientiane
Vientiane

Alerts

Be the first to know and let us send you an email when Vientiane Plaza Hotel posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category