08/07/2026
ກຽມຕົວໄດ້ຂີ່ລົດໄຟໄປທ່ຽວລາວໃຕ້ນຳກັນໄດ້ເລີຍ 🚄.
ແຄ່ຄິດພາບວ່າໃນອະນາຄົດ ເຮົາຊິໄດ້ນັ່ງລົດໄຟຊິວໆ ຈາກວຽງຈັນ ໄປທ່ຽວຊົມວິວທາງໃຕ້ ຫຼື ໄປເບິ່ງຕາດງາມໆ ຢູ່ຈຳປາສັກ ແລະ ແຂວງອື່ນໆ ມັນກໍເຮັດໃຫ້ສາຍທ່ຽວຢ່າງເຮົາໃຈຟູ ແລະ ຕື່ນເຕັ້ນແຮງ!
ເຖິງຊິຍັງເປັນຂໍ້ສະເໜີໃນກອງປະຊຸມສະພາ, ແຕ່ບອກເລີຍວ່າເປັນ "ຝັນທີ່ຢາກໃຫ້ເກີດຂຶ້ນໄວໆ".
ຖ້າມີແທ້... ບ່ອນທຳອິດທີ່ເຈົ້າຊິໄປເຊັກອິນແມ່ນບ່ອນໃດ? 🤍
📰 ແຫຼ່ງທີ່ມາ: ຂ່າວ "ຜູ້ແທນປະຊາຊົນ" .
#ລາວທ່ຽວລາວ