19/09/2024
ໄປວັງວຽງ ພັກບ່ອນໃດໃກ້ກັບທາງດ່ວນ?
......................................................
ເມືອງວັງວຽງ ຈຸດໝາຍປາຍທາງຂອງນັກທ່ອງທ່ຽວທົ່ວໂລກ ຈິ່ງບໍ່ແມ່ນເລື່ອງແປກຢູ່ວັງວຽງມີໂຮງແຮມ, ເຮືອນພັກຫຼາຍສິບແຫ່ງ ເພື່ອຮອງຮັບແຂກຕ່າງບ້ານທ່ານຕ່າງແດນທີ່ໄປຢ້ຽມຢາມພັກຜ່ອນ ເຖິງແມ່ນວ່າ ສະພາບການຂອງໂລກມີການຜັນແປ ແຕ່ປັດຈຸບັນຢູ່ວັງວຽງກໍມີສະຖານທີ່ບໍລິການເກີດໃໝ່ ແລະ ພ້ອມໃຫ້ບໍລິການແຂກຄົນດ້ວຍໄມຕີຈິດມິດຕະພາບທີ່ດີສະເໝີ.
ເຮືອນພັກ ແກ້ວມຸກດາ 2 ເປັນອີກໜຶ່ງສະຖານທີ່ພັກແຫ່ງໃໝ່ ເໝາະແກ່ການພັກຜ່ອນນອນຄ້າງຄືນ ອັນເໝາະສົມກັບຜູ້ທີ່ມັກຄວາມສະຫງົບງຽບ ຫຼື ມີຄວາມຈໍາເປັນຮີບດ່ວນຕໍ່ການເດີນທາງກັບໃນຕອນເຊົ້າແມ່ນເໝາະສົມດີ ເຊິ່ງເຮືອນພັກ ແກ້ວມຸກດາ 2 ທີ່ຕັ້ງຢູ່ໃກ້ກັບທາງດ່ວນ ແລະ ຫາກໍເປີດບໍລິການທ້າຍປີ 2021 ນີ້.
ທ່ານ ນາງ ແກ້ວມຸກດາ ແກ້ວປະເສີດ ໄດ້ໃຫ້ຮູ້ເຖິງຈຸດລິເລີ່ມວ່າ: ອີງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະລັດບານ ທີ່ກຳນົດເອົາເມືອງວັງວຽງເປັນເມືອງທ່ອງທ່ຽວ ພ້ອມນັ້ນໂຄງການທາງດ່ວນ, ທາງລົດໄຟກໍເກີດຂຶ້ນ, ຂ້າພະເຈົ້າຄິດວ່າແຂກທັງພາຍໃນ ແລະ ຕ່າງປະເທດໃຜໆກໍຢາກຈະມາຢ້ຽມຢາມເມືອງວັງວຽງ ຍ້ອນວ່າວັງວຽງມີແຫລ່ງທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມຫຼາຍແຫ່ງສະນັ້ນຈິ່ງປຶກສາກັບຄອບຄົວ ແລະ ຕົກລົງສ້າງເຮືອນພັກຂຶ້ນໂດຍໃສ່ຊື່ວ່າ ເຮືອນພັກ ແກ້ວມຸກດາ.
ໃນເບື້ອງຕົ້ນສ້າງຫຼັງທໍາອິດຂຶ້ນໃນປີ 2015 ໄດ້ເປີດບໍລິການໃນປີ 2016 ໂດຍນໍາໃຊ້ເງິນຄອບຄົວທີ່ເກັບອອມມາຫຼາຍປີ ແລະ ເປີດມາໄດ້ 3 ປີເຫັນວ່າຜົນຕອບຮັບດີ, ມີບາງໄລຍະແຂກທີ່ມາເມືອງວັງວຽງຂາດທີ່ພັກໂດຍສະເພາະຍາມເທດສະການຕ່າງໆ, ຮອດຕົ້ນປີ 2019 ຄອບຄົວກໍໄດ້ຕົກລົງກັນສ້າງຫຼັງໃຫມ່ຂຶ້ນໃສ່ຊື່ວ່າ ແກ້ວມຸກດາ 2. ການສ້າງຫຼັງທີ 2 ນີ້ ແມ່ນຖືກໄລຍະໂຄວິດລະບາດ, ຮອດກາງປີ 2021 ໄດ້ສ້າງສໍາເລັດ ແລະ ເປີດໃຫ້ບໍລິການໃນເດືອນພະຈິກ 2021 ນີ້.
ເຮືອນພັກ ແກ້ວມຸກດາ ເນັ້ນຄວາມສະອາດ, ສະດວກສະບາຍ ແລະ ລາຄາເໝາະສົມ ເຊັ່ນ: ດ້ານຄວາມສະອາດ ມີພະນັກງານອະນາໄມປະຈໍາຕະຫຼອດ, ພ້ອມດຽວກັນນັ້ນສະຖານທີ່ຈອດລົດກໍກວ້າງ ຂວາງ, ເຂົ້າໄປຫາຍາມໃດກໍໄດ້ເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ, ຕອນເຊົ້າມີຊາ-ກາເຟໃຫ້ດື່ມ ແລະ ເປີດສັນຍານວາຍຟາຍຟຣີ, ລາຄານອນຄ້າງຄືນເລີ່ມຕົ້ນທີ່ 150.000 ກີບ ມີທັງຕຽງດ່ຽວ ແລະ ຕຽງຄູ່ໃຫ້ເລືອກຕາມຄວາມຕ້ອງການ.
ສະຖານທີ່ແກ້ວມຸກດາ 1 ຕັ້ງຢູ່ບ້ານໂພນຊູ ເມືອງວັງວຽງ ແຂວງວຽງຈັນຕໍ່ໜ້າໂຮງງານຊີມັງຫລັງ 3 ເໝາະສໍາລັບແຂກມາທ່ຽວ, ມາງານ, ມາເຮັດທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນທຸກຊັ້ນຄົນກໍເຂົ້າພັກໄດ້.
ເຮືອນພັກ ແກ້ວມຸກດາ 2 ຕັ້ງຢູ່ບ້ານເມືອງຊອງຢູ່ໃກ້ກັບຈຸດເຊື່ອມຕໍ່ຈາກທາງດ່ວນ ແລະ ໃກ້ກັບກັບເຂດຂາຍເຄື່ອງຕ້ອນຂອງຝາກ ເໝາະສໍາລັບທຸກທ່ານທີ່ເດີນທາງມາເມືອງວັງວຽງບໍ່ວ່າຈະມາຜ່ານທາງດ່ວນ, ທາງເລກ 13 ແລະ ທາງລົດໄຟ.
ສົນໃຈຈອງທີ່ພັກລ່ວງໜ້າຕິດຕໍ່ຫາເພິ່ນໄດ້ທີ່ເບີ 020 55107906
#ວັງວຽງ