24/07/2026
ໂຮງແຮມທີມາກ ວັງວຽງ ຂໍຂອບໃຈ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະການນຳຂັ້ນສູງ ທີ່ໄວ້ວາງໃຈໃນການບໍລິການ. ໂຮງແຮມທີມາກ ວັງວຽງ ຮູ້ສຶກເປັນກຽດ ແລະ ພາກພູມໃຈຢ່າງສູງສຸດ ທີ່ໄດ້ຮັບຄວາມໄວ້ວາງໃຈ ໃຫ້ເປັນສະຖານທີ່ຕ້ອນຮັບ ແລະ ໃຫ້ບໍລິການດ້ານອາຫານ ແລະທີ່ພັກ ແກ່ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະການນຳຂັ້ນສູງໄດ້ລົງມາຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ ໃນຄັ້ງວັນທີ 21 ກໍລະກົດ 2026 ນີ້ ທີ່ເມືອງວັງວຽງ, ເຊິ່ງໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ພ້ອມດ້ວຍຄະນະນຳຂອງແຂວງ, ຄະນະນຳເມືອງວັງວຽງ ແລະ ຜູ້ປະກອບການທຸລະກິດ ຂອງເມືອງວັງວຽງ.
ໃນນາມຄະນະບໍລິຫານ ແລະ ພະນັກງານທຸກຄົນຂອງ ໂຮງແຮມທີມາກ ວັງວຽງ ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ການນຳຂັ້ນສູງຂອງພັກ ແລະ ລັດ ທີ່ໄດ້ໃຫ້ກຽດ ແລະ ໄວ້ວາງໃຈໃນການບໍລິການຂອງພວກເຮົາ. ພວກເຮົາຂໍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ປັບປຸງ ແລະ ພັດທະນາທຸກດ້ານດ້ວຍຄວາມມຸ່ງໝັ້ນ, ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບ ເພື່ອໃຫ້ສົມກັບຄວາມເຊື່ອໝັ້ນທີ່ໄດ້ຮັບ. ຂໍອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະການນຳຂັ້ນສູງ ແລະ ການນຳແຂວງວຽງຈັນ ທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນພາລະກິດໃນການນຳພາ - ຊີ້ນຳ ປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ
[English Translation Below]
Tmark Resort Vang Vieng is deeply honored and privileged to welcome His Excellency Thongloun Sisoulith, General Secretary of the Central Committee of the Lao People’s Revolutionary Party and President of the Lao People’s Democratic Republic, together with the distinguished delegation.
We sincerely appreciate the trust and confidence placed in Tmark Resort Vang Vieng. It is our great honor to provide warm hospitality and dedicated service during this special occasion.