VietinVientiane Office Building

VietinVientiane Office Building ບໍລິສັດ ຫວຽດຕິນ ວຽງຈັນບໍລິການໃຫ້ເຊົ່າ ຫ້ອງການ ສຳນັກງານ ເປັນອາຄານທີ່ມີຄວາມທັນສະໄໝ ແລະໄດ້ມາດຕະຖານສາກົນ

04/09/2026

✨ OFFICE FOR RENT 1600 SQM @ VietinBank Building ✨
✨ ພື້ນທີ່ອັອບຟິດໃຫ້ເຊົ່າ 1600 ㎡ @ ຕຶກ VietinBank ✨
ຕອບໂຈດທຸກຄວາມຕ້ອງການຂອງທຸລະກິດ ທັງທຳເລ ແລະ ຄວາມສະດວກ!
The perfect workspace solution combining prime location and ultimate convenience!
📍 Heart of Vientiane (Lanexang Ave) | ໃຈກາງເມືອງ (ຖະໜົນລ້ານຊ້າງ)
🚗 Convenient & Spacious Parking | ບ່ອນຈອດລົດກວ້າງ, ເຂົ້າ-ອອກສະດວກ
📐 1600sqm usable area | ພື້ນທີ່ 1600 ຕາແມັດ ຈັດສັນງ່າຍ

———————————-
Location: VietinBank Lao building
Hatsadynuea village, Chanthabury district , Vientiane capital Laos.
☎️ 020 98888779, 020 59231579
✉️ [email protected]
Website: www.vietincoseco.vn

04/09/2026

✨📉 ຈາກການລາຍງານດັດຊະນີ Happy Planet Index (HPI) ປະຈຳປີ 2026 ໄດ້ເຜີຍຜົນການຈັດອັນດັບຄວາມສຸກທີ່ຍືນຍົງຂອງປະເທດໃນພູມີພາກເອເຊຍຕາເວັນອອກ ແລະ ເອເຊຍຕາເວັນອອກສ່ຽງໃຕ້ ໂດຍພິຈາລະນາຈາກຄວາມພໍໃຈໃນການດຳລົງຊີວິດ, ອາຍຸຍືນ ແລະ ການໃຊ້ຊັບພະຍາກອນສິ່ງແວດລ້ອມຢ່າງຄຸ້ມຄ່າ,​ ໂດຍຄັດມາຈາກ 4️⃣​ ປັດໄຈຫຼັກ:

1️⃣. ຄວາມພໍໃຈໃນການດຳລົງຊີວິດ (Life Satisfaction):
✅ ປະຊາຊົນມີຄວາມຮູ້ສຶກພໍໃຈກັບວິຖີຊີວິດ, ຄວາມເປັນຢູ່, ແລະ ຄວາມສົມດຸນໃນການໃຊ້ຊີວິດປະຈຳວັນ.

✅​ ວິຖີຊີວິດທີ່ບໍ່ແອອັດ ຫຼື ເລັ່ງລັດເກີນໄປ ເມື່ອທຽບກັບເມືອງໃຫຍ່ໃນຫຼາຍປະເທດ.

2️⃣​. ອາຍຸສະເລ່ຍ (Life Expectancy):
✅ ສຸຂະພາບ ແລະ ອາຍຸສະເລ່ຍຂອງປະຊາຊົນຢູ່ໃນເກນທີ່ດີ.

✅ ​ການເຂົ້າເຖິງອາຫານ ແລະ ປັດໄຈພື້ນຖານໃນການດຳລົງຊີວິດທີ່ອຸດົມສົມບູນ.

3️⃣​. ຜົນກະທົບຕໍ່ສິ່ງແວດລ້ອມຕ່ຳ (Ecological Footprint):
✅ ນີ້ແມ່ນປັດໄຈທີ່ສຳຄັນທີ່ສຸດ​ ທີ່ເຮັດໃຫ້ລາວໄດ້ຄະແນນສູງ: ການໃຊ້ຊັບພະຍາກອນທຳມະຊາດ, ການປ່ອຍກ໊າດຄາບອນ, ແລະ ມົນລະພິດ ຂອງລາວ ເມື່ອທຽບໃສ່ຕໍ່ຫົວຄົນ ແມ່ນມີປະລິມານຕ່ຳຫຼາຍ.

✅ ​ປະຊາຊົນຍັງມີວິຖີຊີວິດທີ່ໃກ້ຊິດກັບທຳມະຊາດ ແລະ ບໍ່ໄດ້ທຳລາຍສິ່ງແວດລ້ອມຫຼາຍເກີນໄປ.

4️⃣ . ຄວາມສະເໝີພາບດ້ານຄວາມສຸກ (Inequality of Outcomes):
✅ ຄວາມແຕກຕ່າງດ້ານຄວາມສຸກ ແລະ ອາຍຸຍືນຂອງຄົນໃນປະເທດບໍ່ໄດ້ຫ່າງກັນຫຼາຍເກີນໄປ.

✅ ແລ້ວເປັນຫຍັງປະເທດລວຍໆ (ເຊັ່ນ: ສິງກະໂປ) ຈຶ່ງໄດ້ອັນດັບຕ່ຳ?

ປະເທດທີ່ພັດທະນາແລ້ວ ຫຼື ລວຍຫຼາຍ ເຖິງວ່າປະຊາຊົນຈະມີຄວາມສຸກ ແລະ ອາຍຸຍືນ ແຕ່ເຂົາເຈົ້າໃຊ້ພະລັງງານ, ຊັບພະຍາກອນ, ແລະ ປ່ອຍມົນລະພິດສູງຫຼາຍ (Ecological Footprint ສູງ).

📊 ຜົນການຈັດອັນດັບ ມີດັ່ງນີ້:
📍 🇵🇭 ຟີລິບປິນ – ອັນດັບ 1 (ຄະແນນ 59.3).
📍 🇱🇦 ສປປ ລາວ – ອັນດັບ 2 (ຄະແນນ 58.8).
📍 🇻🇳 ຫວຽດນາມ – ອັນດັບ 3 (ຄະແນນ 58.1).
📍 🇹🇭 ໄທ – ອັນດັບ 4 (ຄະແນນ 57.1).
📍 🇯🇵 ຍີ່ປຸ່ນ – ອັນດັບ 5 (ຄະແນນ 54.6).
📍 🇮🇩 ອິນໂດເນເຊຍ – ອັນດັບ 6 (ຄະແນນ 53.4).
📍 🇨🇳 ຈີນ – ອັນດັບ 7 (ຄະແນນ 52.2).
📍 🇰🇷 ສ.​ເກົາຫຼີ – ອັນດັບ 8 (ຄະແນນ 48.1).
📍 🇲🇾 ມາເລເຊຍ – ອັນດັບ 9 (ຄະແນນ 48.1).
📍 🇰🇭 ກຳປູເຈຍ – ອັນດັບ 10 (ຄະແນນ 47.4).
📍 🇲🇲 ມຽນມາ – ອັນດັບ 11 (ອັນດັບ 11 (ຄະແນນ 44.7).
📍 🇸🇬 ສິງກະໂປ – ອັນດັບ 12 (ຄະແນນ 38.2).
📍 🇲🇳 ມົງໂກລີ – ອັນດັບ 13 (ຄະແນນ 34.2).

✨ 🇱🇦 ສປປ ລາວ ສາມາດຄວ້າຄະແນນໄດ້ເຖິງ 58.8 ຄະແນນ ເຊິ່ງເປັນອັນດັບ 2 ຂອງພູມີພາກ ເປັນຮອງພຽງແຕ່ ຟີລິບປິນ (59.3 ຄະແນນ) ເທົ່ານັ້ນ. ຕົວເລກນີ້ສະທ້ອນໃຫ້ເຫັນເຖິງຄວາມສົມດຸນໃນການດຳລົງຊີວິດຂອງປະຊາຊົນລາວ ທີ່ມີລະດັບຄວາມພໍໃຈໃນຊີວິດ ແລະ ຄວບຄູ່ໄປກັບການຮັກສາສິ່ງແວດລ້ອມ ແລະ ການໃຊ້ລະບົບນິເວດ (Ecological Footprint) ໃນລະດັບທີ່ຕ່ຳ ແລະ ເໝາະສົມ.

✅ ​ກຸ່ມຜູ້ໂດດເດັ່ນ (ຄະແນນເກີນ 53.0): ນອກຈາກ ຟີລິບປິນ ແລະ ລາວ ແລ້ວ ຍັງມີ ຫວຽດນາມ, ໄທ, ຍີ່ປຸ່ນ ແລະ ອິນໂດເນເຊຍ ທີ່ສາມາດຮັກສາຄະແນນຄວາມສຸກ ແລະ ການດຳລົງຊີວິດໃນລະດັບທີ່ດີ.

✅ ​ກຸ່ມປານກາງ: ຈີນ, ສ.​ເກົາຫຼີ, ມາເລເຊຍ ແລະ ກຳປູເຈຍ ຢູ່ໃນກຸ່ມລະດັບກາງ.

✅ ​ກຸ່ມທີ່ມີຄະແນນຕ່ຳສຸດ: ມຽນມາ, ສິງກະໂປ ແລະ ມົງໂກລີ ໄດ້ຮັບຄະແນນຕ່ຳກວ່າໝູ່ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມທ້າທາຍໃນການສ້າງຄວາມສົມດຸນລະຫວ່າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ລະດັບຄວາມພໍໃຈໃນການດຳລົງຊີວິດ.

ດັດຊະນີ HPI ນີ້ ຖືເປັນເຄື່ອງມືສຳຄັນທີ່ຊີ້ໃຫ້ເຫັນວ່າ ການສ້າງຄວາມສຸກຂອງປະຊາຊົນບໍ່ໄດ້ຂຶ້ນກັບການເຕີບໂຕທາງເສດຖະກິດພຽງຢ່າງດຽວ ແຕ່ຕ້ອງດຳເນີນໄປຄວບຄູ່ກັບການຮັກສາຊັບພະຍາກອນທຳມະຊາດຢ່າງຍືນຍົງ.

📰​ທີ່ມາ: Seasia​ Stats
✍🏻​Lao Youth​ ​Radio​ FM​90​MHz

03/09/2026

ລັດຖະບານເຂົ້າຄຸ້ມຄອງ "ມໍລະດົກໂລກວັດພູຈຳປາສັກ" 100% ຫຼັງສິ້ນສຸດສຳປະທານເອກະຊົນ.......
ນັບຕັ້ງແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ພາກລັດໄດ້ເຂົ້າຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກຢ່າງເຕັມຮູບແບບ. ທັງນີ້, ກໍຍ້ອນວ່າໂຄງການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດຜູ້ດຽວ ຕາມໃບອະນຸຍາດລົງທຶນ ສະບັບເລກທີ 014-11/ຈຂ.ຈສ, ລົງວັນທີ 22 ມິຖຸນາ 2011 ໄດ້ສິ້ນສຸດກຳນົດອະນຸຍາດລົງທຶນແລ້ວ ໃນວັນທີ 22 ມິຖຸນາ 2026 ທີ່ຜ່ານມາ.

ອີງຕາມໜັງສືແຈ້ງການຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ສະບັບເລກທີ 761/ຄລທຂ, ລົງວັນທີ 14 ກໍລະກົດ 2026 ແມ່ນບໍ່ອະນຸຍາດໃຫ້ສືບຕໍ່ການລົງທຶນ. ການຕັດສິນໃຈດັ່ງກ່າວ ເປັນໄປຕາມມາດຕາ 75 (ຂໍ້ 2) ຂອງກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ ສະບັບເລກທີ 11/ສພຊ, ລົງວັນທີ 16 ພະຈິກ 2021 ເຊິ່ງຫ້າມສຳປະທານມໍລະດົກແຫ່ງຊາດທາງດ້ານວັດທະນະທຳ ແລະ ປະຫວັດສາດ ລະດັບຊາດ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ພ້ອມທັງສອດຄ່ອງຕາມຄວາມເປັນເອກະພາບຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ຄັ້ງທີ 3 ສະບັບວັນທີ 26 ພຶດສະພາ 2026, ມາດຕາ 84 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 62/ສພຊ ແລະ ມະຕິກອງປະຊຸມຄະນະປະຈຳພັກແຂວງ ສະໄໝສາມັນ ສະບັບເລກທີ 06/ຄຈພຂ.ຈສ.

ເພື່ອຈັດຕັ້ງປະຕິບັດຕາມແຈ້ງການດັ່ງກ່າວ, ຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 805/ຄປຂ, ລົງວັນທີ 20 ສິງຫາ 2026 ອະນຸມັດໃຫ້ພະແນກວັດທະນະທຳ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກ ເຂົ້າປົກປັກຮັກສາ ແລະ ຄຸ້ມຄອງແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ. ພ້ອມດຽວກັນນັ້ນ, ໄດ້ອອກຂໍ້ຕົກລົງ ສະບັບເລກທີ 806/ຄປຂ ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງໂດຍເກັບຮັກສາພື້ນທີ່ ແລະ ແຈ້ງການ ສະບັບເລກທີ 25/ຄປຂ, ລົງວັນທີ 31 ສິງຫາ 2026 ເພື່ອໃຫ້ພະແນກ ວທ ແຂວງ ຈຳປາສັກ ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງຈຳປາສັກ ເຂົ້າຄຸ້ມຄອງຕາມສິດ ແລະ ພາລະບົດບາດ.

ເລີ່ມຕັ້ງແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນມາ, ຄະນະກຳມະການຮັບຜິດຊອບໄດ້ເຂົ້າປະຕິບັດໜ້າທີ່ຕົວຈິງ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າໄດ້ຮັບການຮ່ວມມືເປັນຢ່າງດີຈາກທຸກພາກສ່ວນ ໂດຍສະເພາະການບໍລິຫານຈັດການຂາຍປີ້ເຂົ້າຊົມ, ປີ້ລົດກ໊ອບ ແລະ ການຈັດສັນສະຖານທີ່ຝາກລົດຜ່ານປະຕູກາງ ເພື່ອຄວາມເປັນລະບຽບຮຽບຮ້ອຍ. ປັດຈຸບັນ, ແຫຼ່ງທ່ອງທ່ຽວຍັງເປີດບໍລິການໃຫ້ນັກທ່ອງທ່ຽວເຂົ້າຊົມຕາມປົກກະຕິ ເຊັ່ນ: ໂຮງນາງສີດາ ແລະ ຈຸດສຳຄັນຕ່າງໆ. ນອກຈາກນີ້, ພາກລັດຍັງໄດ້ວາງແຜນຄຸ້ມຄອງ ແລະ ພັດທະນາພື້ນທີ່ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນແມ່ນການຮັກສາຄວາມສະອາດ, ການປັບປຸງສິ່ງແວດລ້ອມ, ຈຸດນັ່ງພັກເຊົາ ແລະ ສູນບໍລິການນັກທ່ອງທ່ຽວ.

ໃນໂອກາດນີ້, ຂໍເຊີນຊວນບັນດາທ່ານແຂກ, ນັກທ່ອງທ່ຽວພາຍໃນ, ຕ່າງປະເທດ ແລະ ພໍ່ແມ່ປະຊາຊົນ ເຂົ້າມາທ່ຽວຊົມ, ສະແຫວງບຸນ ແລະ ກາບໄຫວ້ສັກກາລະບູຊາສິ່ງສັກສິດ ຢູ່ສະຖານທີ່ທ່ອງທ່ຽວມໍລະດົກໂລກ ວັດພູຈຳປາສັກ ແຫ່ງນີ້.

ຂ່າວ: ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຈໍາປາສັກ

🏢写字楼/办公室出租 🏢我们现有名牌办公空间火热招租中!(3楼至7楼)📍 地点:老挝越信银行大厦 (VietinBank Lao Building)————————————-📍 详细地址:老挝万象市,占塔布里区,哈萨迪努亚村,越信银行大厦(...
03/09/2026

🏢写字楼/办公室出租 🏢
我们现有名牌办公空间火热招租中!(3楼至7楼)
📍 地点:老挝越信银行大厦 (VietinBank Lao Building)
————————————-
📍 详细地址:
老挝万象市,占塔布里区,哈萨迪努亚村,越信银行大厦
(Hatsadynuea village, Chanthabury district, Vientiane capital, Laos)
☎️ 联系电话:020 98888779, 020 59231579
✉️ 电子邮箱:[email protected]
🌐 官方网站:www.vietincoseco.vn
#办公室出租 #万象写字楼 #老挝办公楼

02/09/2026

🇻🇳 ຊົມເຊີຍວັນຊາດຫວຽດນາມ ຄົບຮອບ 81 ປີ ຢ່າງສຸດໃຈ ( 2 ກັນຍາ 1945 - 2 ກັນຍາ 2026)

ເນື່ອງໃນໂອກາດວັນຊາດຫວຽດນາມ ຂໍອວຍພອນມາຍັງລັດຖະບານ ແລະ ປະຊາຊົນຫວຽດນາມທຸກຖ້ວນໜ້າ ລວມທັງຄົນຫວຽດນາມທີ່ຢູ່ໃນລາວ ໃຫ້ສືບຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີຮັກແພງເປັນບ້ານອ້າຍເມືອງ ແລະ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບກ້າວໜ້າຍິ່ງຂຶ້ນ.

#ລາວໂພສ #2ກັນຍາ #ວັນຊາດຫວຽດນາມ #ສສຫວຽດນາມ

01/09/2026
31/08/2026

📈 Laos Inflation Hits 7.7% in August

Prices kept climbing, with housing, electricity and cooking fuel up 30.2% year-on-year.

Healthcare and education costs also rose sharply.

⬇️ Read more:

🇻🇳✨ Chúc mừng Quốc khánh nước Cộng hòa Xã hội Chủ nghĩa Việt Nam! ✨🇻🇳Ngày 2 tháng 9 là ngày lịch sử trọng đại, biểu tượn...
31/08/2026

🇻🇳✨ Chúc mừng Quốc khánh nước Cộng hòa Xã hội Chủ nghĩa Việt Nam! ✨🇻🇳
Ngày 2 tháng 9 là ngày lịch sử trọng đại, biểu tượng của độc lập và niềm tự hào dân tộc Việt Nam.
Chung tôi Vietin Vientiane xin gửi lời chúc mừng và những điều tốt đẹp nhất đến toàn thể nhân dân Việt Nam.

ສຸກສັນວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ!
ວັນທີ 2 ກັນຍາ ແມ່ນວັນປະຫວັດສາດອັນຍິ່ງໃຫຍ່ ເປັນສັນຍາລັກແຫ່ງອິດສະລະພາບ ແລະ ຄວາມພາກພູມໃຈຂອງຊາດຫວຽດນາມ.
ພວກເຮົາ Vietin Vientiane ຂໍຮ່ວມສະແດງຄວາມຍິນດີ ແລະ ອວຍພອນສິ່ງດີງາມທີ່ສຸດແດ່ຊາວຫວຽດນາມທຸກຄົນ

Happy National Day of the Socialist Republic of Vietnam!
September 2nd is a historic day, a symbol of independence and the pride of the Vietnamese people.
We, Vietin Vientiane, would like to extend our congratulations and best wishes to all the people of Vietnam.

6th floor!
28/08/2026

6th floor!

Address

Địa Chỉ: Tòa Nhà Vietinbank Building, Đại Lộ Lanexang, Hatsadinua, Chanthabouly, Lào
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+8562098888779

Alerts

Be the first to know and let us send you an email when VietinVientiane Office Building posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Hotel

Send a message to VietinVientiane Office Building:

Shortcuts

Share