01/07/2026
[English Below]
♻️ “ເດືອນກໍລະກົດ ປາສະຈາກປລາສຕິກ” ແມ່ນຫຍັງ?
ໃນທຸກໆເດືອນກໍລະກົດ ຜູ້ຄົນຫຼາຍລ້ານຄົນຈາກທົ່ວໂລກຮ່ວມໃຈກັນ ຫຼຸດຜ່ອນການນຳໃຊ້ປລາສຕິກແບບໃຊ້ຄັ້ງດຽວແລ້ວຖິ້ມ.
♻️ເດືອນກໍລະກົດ ປາສະຈາກປລາສຕິກ ແມ່ນຂະບວນການລະດັບໂລກ ທີ່ລິເລີ່ມໂດຍ Plastic Free Foundation ໃນປະເທດ ອົດສະຕາລີ ໃນປີ 2011 ເພື່ອສ້າງແຮງບັນດານໃຈໃຫ້ແກ່ບຸກຄົນ, ໂຮງຮຽນ, ທຸລະກິດ ແລະ ຊຸມຊົນ ໃຫ້ທົບທວນພຶດຕິກຳການນຳໃຊ້ປລາສຕິກໃນຊີວິດປະຈຳວັນ ແລະ ການຫັນມາໃຊ້ທາງເລືອກທີ່ສາມາດນຳກັບມາໃຊ້ໄດ້. ການປຸກລະດົມໃຫ້ທຸກຄົນປະຕິເສດການນຳໃຊ້ປລາສຕິກແບບໃຊ້ຄັ້ງດຽວແລ້ວຖິ້ມ ເຊິ່ງບໍ່ແມ່ນພຽງແຕ່ໃນເດືອນກໍລະກົດເທົ່ານັ້ນ ແຕ່ເພື່ອເປັນຈຸດເລີ່ມຕົ້ນຂອງວິຖິຊີວິດທີ່ຍືນຍົງ.
⚠️ ເປັນຫຍັງ ເດືອນກໍລະກົດ ປາສະຈາກປລາສຕິກ ຈຶ່ງສຳຄັນ?
ມົນລະພິດຈາກປລາສຕິກເປັນໜຶ່ງໃນບັນຫາດ້ານສິ່ງແວດລ້ອມທີ່ໃຫຍ່ທີ່ສຸດໃນປັດຈຸບັນ. ໃນແຕ່ລະປີ ຂີ້ເຫຍື້ອປລາສຕິກຫຼາຍລ້ານໂຕນຖືກປ່ອຍລົງສູ່ແມ່ນ້ຳ, ປ່າໄມ້ ແລະ ມະຫາສະໝຸດ ເຊິ່ງມັນໄດ້ຄຸກຄາມສັດປ່າ, ລະບົບນິເວດ ແລະ ສຸຂະພາບຂອງມະນຸດຜ່ານອະນຸພາກໄມໂຄຣປລາສຕິກ.
💪ເຊິ່ງການກະທຳນ້ອຍໆ ຂອງຄົນຈຳນວນຫຼາຍ ສາມາດສ້າງຜົນກະທົບທີ່ຍິ່ງໃຫຍ່ໄດ້.
🤷🏼🤷♀️ແລ້ວທຸກຄົນສາມາດປະກອບສ່ວນໄດ້ແນວໃດ?
🧉 ນຳໃຊ້ຕຸກນ້ຳທີ່ສາມາດນຳກັບມາໃຊ້ໄດ້.
🛍️ ນຳໃຊ້ຖົງຜ້າ ຫຼື ຖົງທີ່ນຳກັບມາໃຊ້ໄດ້ ເມື່ອເວລາເຮົາໄປຊື້ເຄື່ອງ.
☕️ ໃຊ້ແກ້ວກາເຟທີ່ນຳກັບມາໃຊ້ໄດ້.
🥤ປະຕິເສດທໍ່ດູດ, ບ່ວງ ແລະ ສ້ອມປລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມ.
🍱 ນຳໃຊ້ກ່ອງໃສ່ອາຫານຂອງຕົວເອງ.
♻️ ຫຼຸດຜ່ອນ, ນຳກັບມາໃຊ້ຊ້ຳ ແລະ ແຍກຂີ້ເຫຍື້ອເພື່ອນຳໄປຜະລິດຄືນ (Recycle).
♻️ ເດືອນກໍລະກົດ ປາສະຈາກປລາສຕິກ ບໍ່ໄດ້ມຸ່ງເນັ້ນໃຫ້ທຸກຄົນຕ້ອງເຮັດໄດ້ ແບບສົມບູນແບບ ຫຼື ປາສະຈາກ ປລາສຕິກແບບໃຊ້ຄັ້ງດຽວຖິ້ມ 100% ແຕ່ເປັນການສົ່ງເສີມໃຫ້ເລືອກຫຼຸດຜ່ອນປລາສຕິກ ເພື່ອອະນາຄົດທີ່ຍືນຍົງ. ການປະຕິເສດປລາສຕິກແບບນຳໃຊ້ເທື່ອດຽວແລ້ວຖິ້ມ ຄືການຊ່ວຍປົກປ້ອງສິ່ງແວດລ້ອມ, ເຮັດໃຫ້ໂລກເຮົາສະອາດ ແລະ ຍືນຍົງ.
♻️ ໃນເດືອນກໍລະກົດນີ້ ມາຮ່ວມກັນຫຼຸດຜ່ອນ ຂີ້ເຫຍື້ອປລາສຕິກແບບໃຊ້ຄັ້ງດຽວແລ້ວຖິ້ມ ແລະ ສົ່ງຕໍ່ແຮງບັນດານໃຈໃຫ້ຄົນອື່ນໄປນຳກັນ. ເພາະການກະທຳນ້ອຍໆ ຂອງພວກເຮົາສາມາດສ້າງຄວາມປ່ຽນແປງທີ່ຍິ່ງໃຫຍ່ໄດ້.
----------------------------------------------
What is “Plastic Free July?” ♻️
Every July, millions of people around the world come together to take one simple but powerful step: reduce single-use plastic.
♻️ Plastic Free July is a global movement launched by the Plastic Free Foundation in Australia in 2011, inspiring individuals, schools, businesses and communities to rethink their daily habits and choose reusable alternatives. The campaign encourages everyone to refuse unnecessary single-use plastics not just for one month, but as the beginning of a more sustainable lifestyle.
⚠️ Why does it matter?
Plastic pollution is one of the biggest environmental challenges of our time. Every year, millions of tons of plastic waste end up in our rivers, forests, and oceans, threatening wildlife, ecosystems, and even human health through microplastics.
💪The good news is that small actions, when taken by many people, can create a big impact.
🤷♀️🤷🏼How can you participate?
🧉Bring a reusable water bottle.
🛍️Carry a reusable shopping bag.
☕️Use a reusable coffee cup.
🥤Say no to plastic straws and disposable cutlery.
🍱Bring your own food container.
♻️Reduce, reuse, and recycle whenever possible.
♻️Remember, Plastic Free July is not about being perfect; it is about making better choices every day. Every plastic item you refuse helps protect our environment and moves us closer to a cleaner, healthier future.
♻️This July, let's challenge ourselves to reduce plastic waste and inspire others to do the same. Together, our small actions can make a lasting difference.
Laos SME Service Center Econoxlaos Econews Laos TRASH idol, Luang Prabang Green Luangprabang Plastic Free July Precious Plastic Vientiane Swisscontact Lao PDR Regional Knowledge Centre for Marine Plastic Debris - ERIA UNDP Lao PDR
Sources: Plastic Foundation: https://plasticfreefoundation.net/