11/10/2024
ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ
ຫາລືການພົວພັນຮ່ວມມືສາມຝ່າຍ
-------------------
ໃນວັນທີ 9 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ຮ່ວມກັນຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການ ຕາມການເຊື້ອເຊີນຂອງຝ່າຍລາວ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 8-11 ຕຸລາ 2024.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ທີ່ສອງນາຍົກລັດຖະມົນຕີ ຫວຽດນາມ ແລະ ກໍາປູເຈຍ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບ ໃນຄັ້ງນີ້, ໃນຂະນະທີ່ ສອງນາຍົກລັດຖະມົນຕີ ຫວຽດນາມ ແລະ ກໍາປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້, ທັງໄດ້ຢືນຢັນຄືນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນຢ່າງເຕັມທີ່ ແກ່ ສປປ ລາວ ຈົນສໍາເລັດການເປັນປະທານອາຊຽນ ຢ່າງຈົບງາມ.
ພ້ອມກັນນີ້, ທັງສາມຝ່າຍ ໄດ້ຕີລາຄາສູງຕໍ່ກົນໄກການພົບປະສາມຝ່າຍດັ່ງກ່າວ ໂດຍເປັນການພົບປະທີ່ຈັດຂຶ້ນຢ່າງເປັນປົກກະຕິຂອງ ລາວ-ຫວຽດນາມ-ກໍາປູເຈຍ ໃນໄລຍະການນໍາຂັ້ນສູງຂອງທັງສາມປະເທດເຂົ້າຮ່ວມກອງປະຊຸມໃນເວທີພາກພື້ນ ແລະ ສາກົນ ເຊິ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ຄວາມຮັກແພງ ທັງເປັນການສະແດງໃຫ້ສາກົນຮັບຮູ້ເຖິງມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ ຖານສະຫາຍອ້າຍນ້ອງ ທີ່ມີມາແຕ່ດົນນານຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍກົນໄກດັ່ງກ່າວ ກໍຄື ການພົວພັນຮ່ວມມືອັນດີງາມທີ່ເປັນມູນເຊື້ອຂອງສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ ໃຫ້ກາຍເປັນມໍລະດົກອັນລໍ້າຄ່າ ໃຫ້ແກ່ປະຊາຊົນສາມຊາດເພື່ອຜົນປະໂຫຍດຮ່ວມກັນ, ທັງຈະເປັນການປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ສາກົນ. ພ້ອມນີ້, ສາມຝ່າຍ ໄດ້ປຶກສາຫາລື ແລະ ເຫັນດີຮ່ວມກັນ ໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆໃຫ້ຫລາຍຂຶ້ນ ເປັນຕົ້ນ ແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ລວມເຖິງການສືບຕໍ່ສ້າງສະພາບແວດລ້ອມ ອັນເອື້ອອຳນວຍໃຫ້ແກ່ການພັດທະນາພາຍໃນຂອງແຕ່ລະປະເທດ ເພື່ອກ້າວໄປເຖິງການເຊື່ອມໂຍງພື້ນຖານເສດຖະກິດຂອງສາມປະເທດ ໂດຍສະເພາະແມ່ນການເຊື່ອມໂຍງທາງດ້ານຄົມມະນາຄົມ, ການເຊື່ອມໂຍງດ້ານພະລັງງານ ແລະ ອື່ນໆ; ຊຸກຍູ້ການສ້າງເສັ້ນທາງ ເພື່ອເຊື່ອມຈອດລະຫວ່າງບັນດາແຂວງທ້ອງຖິ່ນທີ່ມີຊາຍແດນຕິດຈອດລະຫວ່າງສາມປະເທດ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ ເຊິ່ງຈະເປັນການກະຕຸກຊຸກຍູ້ໃຫ້ມີການແລກປ່ຽນສິນຄ້າ, ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສາມປະເທດໃຫ້ຫລາຍຂຶ້ນ ເພື່ອຊອກຫາວິທີການສ້າງເງື່ອນໄຂທີ່ອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ ໃຫ້ມີການຊື້-ຂາຍ, ແລກປ່ຽນບົດຮຽນ ແລະ ຮ່ວມທຸລະກິດນຳກັນ ເພື່ອເພີ່ມມູນຄ່າການຄ້າສອງຝ່າຍ ໃນຕໍ່ໜ້າ. ພ້ອມກັນນີ້, ສາມຝ່າຍຍັງໄດ້ເຫັນດີສືບຕໍ່ໃຫ້ມີການແລກປ່ຽນຂໍ້ມູນຂ່າວສານກັນເປັນປົກກະຕິ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືພາກພື້ນ ແລະ ສາກົນ, ເປັນຕົ້ນ ຂອບການຮ່ວມມືອາຊຽນ, ອົງການ ສປຊ, ຄະນະກໍາມະການແມ່ນໍ້າຂອງ (MRC), ຂອບການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣາວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ແລະ ຂອບການຮ່ວມມືອື່ນໆ. ນອກຈາກນີ້, ຍັງມີການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງ ລາວ-ຫວຽດນາມ, ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ຫວຽດນາມ.